ປະເທດ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ
ໃນສປປ.ລາວ ພືດເຮັ້ມ ເປັນທີ່ຮູ້ຈັກກັນດີໃນນາມຂອງ "ປໍປ່ານ" ໂດຍຊົນເຜົ່າມົ້ງຈະເອີ້ນເຮັ້ມວ່າ "ມ້າງ" ເປັນພືດທີ່ສຳຄັນຕໍ່ວັດທະນະທຳ ປະເພນີຄວາມເຊື່ອ ສິນລະປ ແລະ ພູມປັນຍາທີ່ສືບທອດກັນມາຈາກຊົນເຜົ່າມົ້ງ ໂດຍໃຊ້ປະໂຫຍດຈາກເສັ້ນໃຍເພື່ອໃຊ້ທໍຜ້າ ຫັດຖະກຳ ເຮັດເຊືອກ ເຮັດແຫ ດາງ ກະດຸ້ງ ແລະ ອື່ນໆ ມາດົນນານມາເປັນເວລາກ່ວາ 3,000 ປີ ໃນປັດຈຸບັນ ມີການເພາະປູກໃນ ແຂວງອຸດົມໄຊ ແຂວງຫົວພັນ ແຂວງຫຼວງພະບາງ ແລະ ອື່ນໆ ໂດຍໄດ້ຮັບຄວາມຮ່ວມມືໃນໂຄງການໝູ່ບ້ານຊ່າງທໍ www.ockpoptok.com ລະຫ່ວາງລັດຖະບານຂອງ ສປປ.ລາວ ສະຫະພັນແມ່ຍິງລາວ ສຳນັກງານປ້ອງກັນຢາເສບຕິດ ແລະ ປາບປາມອາດຊະຍາກຳແຫ່ງສະຫະປະຊາຊາດ (UNoDC) ແລະ ສະຫະພາບຢູໂລບ (EU) ໂດຍມີຊ່ວຍເຫຼືອດ້ານເທັກນິກການອອກແບບ ຍ້ອມສີທີ່ເປັນທີ່ຕ້ອງການຂອງຕະຫຼາດ ແລະສົ່ງເສີມໃຫ້ປູກເພື່ອເປັນການສ້າງວຽກສ້າງລາຍໄດ້ ລວມກຸ່ມຍົກລະດັບຜະລິດສິນຄ້າຫັດຖະກຳ ຕ່ຳແຜນຈາກເສັ້ນໃຍເຮັ້ມ ຈຳໜ່າຍໃຫ້ນັກທ່ອງທ່ຽວຕ່າງປະເທດເພື່ອລົດຄວາມຍາກຈົນຂອງປະຊາຊົນ


ປະເທດໄທ
ໃນປະເທດໄທ ຍັງບໍ່ພົບປະຫວັດການປູກຕົ້ນເຮັ້ມທີ່ຊັດເຈນ ແຕ່ສາມາດພົບຕົ້ນເຮັ້ມຂື້ນຢູ່ທົ່ວໄປໃນເຂດປ່າພາກ ເໜືອເຊື່ອກັນວ່າເຮັ້ມເປັນພືດດັ່ງເດີມຂອງຊາວເຂົາ ໂດຍສະເພາະໃນກຸ່ມຊາວເຂົາເຜົ່າມົ້ງ ທີ່ປູກເຮັ້ມເພື່ອເຮັດເສື້ອຜ້າສຳລັບສວມໃສ່ ຕັ້ງແຕ່ລຸ້ນບັນພະບູລຸດ ແລະ ຍັງສາມາດພົບເຫັນເສື້ອຜ້າເຮັ້ມຂອງຊາວເຂົາເຜົ່າມົ້ງໄດ້ ໃນຍຸກປັດຈຸບັນຊາວເຂົາເຜົ່າມົ້ງເອີ້ນເຮັ້ມວ່າ “ຕົ້ນມັ້ນ” ເຮັ້ມເປັນພືດທີ່ມີປະໂຫຍດຫຼາຍຢ່າງເຊັ່ນເປືອກຂອງຕົ້ນ ສາມາດເຮັດເປັນເສັ້ນໃຍໃຊ້ທໍເປັນເສື້ອຜ້າແລະ ເຄື່ອງນຸ່ງຫົ່ມ ໃຊ້ເປັນເຊືອກເປັນເສື້ອເກາະກັນລູກປືນ ເມັດໃຊ້ສະກັດເປັນນ້ຳມັນໃນອຸດສາຫະກຳ ເສັ້ນໃຍຍັງສາມາດນຳມາເຮັດສະນວນກັນຄວາມຮ້ອນໃນລົດຍົນ ແລະ ເຮືອບິນເຮັດເຍື່ອເຈ້ຍ ດ້ານຜະລິດຕະພັນເຄື່ອງສຳອາງ ສານສະກັດຈາກເມັດເຮັ້ມຍັງໃຊ້ເປັນສ່ວນປະກອບໃນຜະລິດຕະພັນຄວາມງາມ ແລະ ຜະລິດຕະພັນເບິ່ງແຍງສຸຂະພາບເປັນຕົ້ນ ໂດຍສະເພາະໃຍເຮັ້ມເປັນພືດເສດຖະກິດໃໝ່ທີ່ກຳລັງໄດ້ຮັບຄວາມນິຍົມໃນການນຳມາແປຮູບເປັນຜະລິດຕະພັນຫຼາຍຮູບແບບທັງກະເປົາຜ້າຮອງຈານ ຜ້າຄຸມໂຕະ ຖືວ່າເປັນແຟຊັນໂຕໃໝ່ທີ່ສ້າງລາຍໄດ້ໃຫ້ກັບປະຊາຊົນ ແລະ ຊຸມຊົນໂຄງການພັດທະນາຫຼາຍໆໂຄງການທັງສູນສິນລະປະຊີບ ແລະ ໂຄງການກະເສດເທິງທີ່ສູງຫຼານຍແຫ່ງ ກຳລັງສົ່ງເສີມໃນການທົດລອງແລະການແປຮູບໃຍເຮັ້ມ
ໃນປີ ພສ 2547 ສົມເດັດພະນາງເຈົ້າສິລິກິດພະບໍລົມລາສິນີນາດ ໄດ້ຊົງສະເດັດໄປຢາມຊາວເຂົາພື້ນທີ່ສູງຂອງພາກເໜືອ ໄດ້ຊົງມີພະຣາດເສົາວະນີເຖີງຄຸນຄ່າຂອງເຮັ້ມ ຊົງມີພະຣາດປະສົງທີ່ຈະໃຫ້ມີການດຳເນີນການສົ່ງເສີມການປູກແກ່ກະເສດຕະກອນຊາວເຂົາເທິງພື້ນທີ່ສູງ ເພື່ອການໃຊ້ປະໂຫຍດໃນຄົວເຮືອນ ແລະ ເປັນການສົ່ງເສີມອາຊີບເພື່ອສ້າງລາຍໄດ້ ຈາກການຜະລິດຫັດຖະກຳຕໍ່ເນື່ອງ
ແຕ່ເນື່ອງຈາກເຮັ້ມ ເປັນພືດທີ່ຖືກຈັດຢູ່ໃນກຸ່ມພືດເສບຕິດຫວງຫ້າມ ປະເພດ 5 ເຊັ່ນດຽວກັບກັນຊາ ຕາມປະກາດກະຊວງສາທາລະນະສຸກ ສະບັບເລກທີ 135 (ພສ. 2539) ເຊີ່ງປະກາດກຳນົດໃຫ້ກັນຊາ (Cannabis) ຊື່ງໝາຍຄວາມລວມເຖີງທຸກສ່ວນຂອງພືດກັນຊາ (Cannabis sativa L. ແລະ Cannabis indica Auth) ແລະ ວັດຖຸ ຫຼື ສານຕ່າງໆ ທີ່ມີຢູ່ໃນພືດກັນຊາ ເຊັ່ນ: ໃບ ດອກ ຍອດ ຜົນຢາງ ແລະ ລຳຕົ້ນ ເປັນຕົ້ນຢາເສບຕິດໃຫ້ໂທດໃນປະເພດ 5.ດັ່ງນັ້ນ, ພືດເຮັ້ມຊື່ງມີຊື່ທາງວິທະຍາສາດວ່າ Cannabis sativa L. ssp. sativa ຈື່ງຈັດເປັນຢາເສບຕິດໃຫ້ໂທດໃນປະເພດ 5 ດ້ວຍ ເຮັດໃຫ້ການດຳເນີນວຽກບໍ່ປະສົບຜົນສຳເລັດເທົ່າທີ່ຄວນ ແຕ່ຢ່າງໃດກໍ່ຕາມພາຍໃຕ້ຄະນະລັດຖະມົນຕີເມື່ອວັນທີ 1 ມີນາ 2548 ສຳນັກງານຄະນະກຳມະການພັດທະນາການເສດຖະກິດ ແລະ ສັງຄົມແຫ່ງຊາດ ຈື່ງໄດ້ຈັດ ເຮັດງົບປະມານສະໜັບສະໜູນໃຫ້ມູນລະນິທິໂຄງການຫຼວງ ຮ່ວມກັບສະຖາບັນວິໄຈ ແລະ ພັດທະນາພື້ນທີ່ສູງ (ອົງການມະຫາຊົນ) ແລະ ໜ່ວຍງານຂອງລັດໃນພື້ນທີ່ ດຳເນີນການວິໄຈ ແລະ ພັດທະນາເພື່ອໃຫ້ເຮັ້ມເປັນພືດເສດທະກິດຂອງກະເສດຕະກອນເທິງພື້ນທີ່ສູງ ຕັ້ງແຕ່ ປີ ພສ 2548 ເປັນຕົ້ນມາທັງນີ້ໜ່ວຍງານສະຖາບັນວິໄຈ ແລະ ພັດທະນາພື້ນທີ່ສູງ (ອົງການມະຫາຊົນ) ໄດ້ຂໍອານຸຍາດປູກ ແລະ ຄອບຄອງເຮັ້ມຢ່າຖືກຕ້ອງຕາມກົດໝາຍ ຈາກສຳນັກງານຄະນະກຳມະການອາຫານ ແລະ ຢາກະຊວງສາທາລະນະສຸກ ຕໍ່ມາເພື່ອສະໜອງພະຣາດດຳລິ ລັດຖະບານໄດ້ຈັດເຮັດຍຸດທະສາດການສົ່ງເສີມການປູກກັນຊົງ ເປັນພືດເສດຖະກິດເທິງພື້ນທີ່ສູງຂອງປະເທດ ໂດຍຄະນະລັດຖະມົນຕີໄດ້ມີມະຕິໃຫ້ຄວາມເຫັນຊອບເມື່ອ ວັນທີ 22 ກັນຍາ 2552 ໂດຍມີ 4 ຍຸດທະສາດຫຼັກ ໄດ້ແກ່ (1) ເຮັດການສຶກສາວິໄຈ ແລະພັດທະນາເທັກໂນໂລຢີ (2) ໃຫ້ການສົ່ງເສີມການປູກ ແລະ ການສ້າງມູນຄ່າເພີ້ມ (3) ການສ້າງຄວາມຮ່ວມມືລະຫ່ວາງປະເທດ (4) ການບໍລິຫານຈັດການ ແລ ເມື່ອວັນທີ 16 ພະຈິກ 56 ຄະນະລັດຖະມົນຕີມີມະຕິເຫັນຊອບແຜນປະຕິບັດການເຮັ້ມເທິງພື້ນທີ່ສູງໄລຍະ 5 ປີ (/2553-2557) ແລະ ແຜນປະຕິບັດການພື້ນທີ່ນຳລ້ອງສົ່ງເສີມການປູກເຮັ້ມໄລຍະ 2 ປີ (2554-2555) ຊື່ງມີ 4 ຍຸດທະສາດເປັນເງິນງົບປະມານລວມ 88,342,000 ບາດ
ຫລ້າສຸດ ເມື່ອວັນທີ 31 ກໍລະກົດ 2556 ກະຊວງສາທາລະນະສຸກໄດ້ອອກປະກາດໃນລາດສະກິດຈານຸເບກສາ(ປະກາດໃຊ້ກົດໝາຍ) ກຳນົດເພີ້ມເຕີມໃນເງື່ອນໄຂຂອງກັນຊາ (Canabis) ໃຫ້ຍົກເວັ້ນເປືອກແຫ້ງເສັ້ນໃຍແຫ້ງເພື່ອສົ່ງເສີມການປູກເຮັ້ມເປັນພືດເສດຖະກິດ ທັງນີ້ການປູກພືດເຮັ້ມລວມທັງການຜະລິດຈຳໜ່າຍ ນຳເຂົ້າສົ່ງອອກ ຫຼື ມີໄວ້ຄອບຄອງຕ້ອງໄດ້ອານຸຍາດຈາກ ລັດຖະມົນຕີວ່າການກະຊວງສາທາລະນະສຸກ ໂດຍຄວາມເຫັນຊອບຂອງຄະນະກຳມະການຄວບຄຸມຢາເສບຕິດໃຫ້ໂທດເປັນລາຍໆໄປ

[ BACK ]